ປ ະກາດຮັບສະໝັກນັກສຶກສາ 
ຫຼັກສູດ ປະລິນ ຍາໂທ ບໍລິຫານ ທຸລະກິດ (MBA) ລຸ້ນ ທີ 4
ຈຸດປະສົງຂອງຫຼັກສູດ:
ສລຍ ຮ່ວມກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ພາຍໃຕ້ການ ສະໜັບສະໜູນ ຂອງ ອົງການ JICA ໄດ້ເປີດດຳເນີນ ການຮຽນ -ການສອນໃນ ລະດັບປະລິນຍາໂທສາຂາວິຊາ ບໍລິຫານ ທຸລະກິດ (MBA) ນັບແຕ່ ເດືອນ ກັນ ຍາ 2008 ເປັນ ຕົ້ນ ມາ ເພື່ອຜັນ ຂະຫຍາຍ ເປົ້າໝາຍການພັດທະ ນາຊັບພະຍາກອນມະນຸດຂອງມະຫາວິທະຍາໄລແຫ່ງຊາດ ໂດຍເນັ້ນຄວາມສົມດູນ ລະຫວ່າງທິດສະດີການ ບໍລິຫານທຸລະກິດ ແລະ ຄວາມຮູ້ຕົວຈິງທີ່ຈຳເປັນ ສຳລັບການ ພັດທະນາເສດຖະກິດຕາມກົນ ໄກການ ຕະຫຼາດ ໃນ ທ່າມກາງສະພາບແວດລ້ອມການ ເຊື່ອມໂຍງເສດຖະກິດ ພາກພື້ນ ແລະ ໃນໂລກ ໂດຍສະເພາະແມ່ນ ການເຊື່ອມໂຍງເຂົ້າໃນເສດຖະກິດ ASEAN. ນັກສຶກສາທີ່ຮຽນ ຈົບຫຼັກສູດດັ່ງກ່າວນີ້ຈະມີຄວາມຮູ້ຄວາມສາມາດພຽງພໍສຳລັບດຳເນີນທຸລະກິດຢ່າງມີຜົນ ສຳເລັດໃນເງື່ອນໄຂເສດຖະກິດເປີດກ້ວາງພາຍໃນ ປະເທດລາວ. ປັດຈຸບັນ , ສລຍ ພວມເປີດຮັບນັກສຶກສາ ລຸ້ນ ທີ 4 ຂອງຫຼັກສູດດັ່ງກ່າວ ເລີ່ມແຕ່ມື້ນີ້ ຈົນ ເຖິງ ວັນ ທີ 29 ກໍລະກົດ 2011 ດັ່ງມີລາຍລະ ອຽດລຸ່ມນີ້:
ເງື່ອນໄຂຜູ້ສະໝັກ:
ມີຄວາມຮູ້ດ້າພາສາອັງກິດ ທີ່ສາມາດ ອ່ານ , ຂຽນ , ຟັງ ແລະ ສື່ສານ ໄດ້ລະດັບດີ, ຜູ້ສະໝັກທີ່ມີປະສົບການ ແລະຄວາມຮູ້ພື້ນຖານ ດ້ານ ບໍລິຫານທຸລະກິດ ຫຼື ເສດຖະສາດ ຈະໄດ້ຮັບການພິຈາລະນາເປັນພິເສດ, ຜູ້ສຳເລັດການ ສຶກສາລະດັບປະລິນຍາຕີໃໝ່ໃນສາຂາວິຊາບໍລິຫານທຸລະກິດ ຫຼື ເສດຖະສາດ ທີ່ມີຄະແນນສະເລ່ຍ (GPA) = 3.50 ຂຶ້ນ ໄປ ກໍອາດຈະໄດ້ຮັບກາພິຈາລະນາ.
ຂັ້ນຕອນສອບເສັງເຂົ້າ:
ຄັດເລືອກແບບຟອມ, ສຳພາດ
ເອກະສານໃນການສະໝັກ:
ໃບຄຳຮ້ອງ, ສຳເນົາຊີວະປະຫວັດ, ສຳເນົາໃບປະກາດຈົບປະລິນຍາຕີ ແລະ ໃບຄະແນນ, ໃບອະນຸມັດ ຈາກກົມກອງ (ລັດຖະກອນ ) ຫຼື ບໍລິສັດ, ອົງການ ຕ່າງໆ (ພະນັກງາເອກະຊົນ ), ຫົວຂໍ້ບົດ ສຶກສາຄົ້ນຄວ້າແບບອິດສະຫຼະ, ຮູບ (ຂະໜາດ 3x4) 2 ແຜ່ນ , ເບີໂທລະສັບ ແລະ ທີ່ຢູ່ E-mail. (ໝາຍເຫດ : ເອກະສານ ທຸກຢ່າງທີ່ປະກອບເຂົ້າມາແມ່ນ ບໍ່ສາມາດຖອນຄືນໄດ້ເດັດຂາດ)
ໄລຍະເວລາ ແລະ ຂະບວນການຕ່າງໆ:
ເປີດຮັບສະໝັກນັກຮຽນ: 24/04 - 29/07/2011 ; ຄັດເລືອກຟອມ: 04-10/08/2011; ປະກາດລາຍຊື່ ຜູ້ເຂົ້າຮອບສຳພາດ: 12/08/2011; ມື້ສຳພາດ: 16 - 19 / 08/2011;
ແຈ້ງຜົນສຳພາດ: 23/08/2011; ປະກອບເອກະສານເພີ້ມເຕີມ: 24/08 - 08/09/2011; ປະຖົມນິເທດ ແລະ ເຂົ້າຮຽນ: 30/09/2011
ຄ່າໃຊ້ຈ່າຍຕົ້ນຕໍ:
25.000.000 ກີບ (ຊາວຫ້າລ້ານກີບ); ຄ່າແບບຟອມສະໝັກ 50.000 ກີບ
ພາສາທີ່ໃຊ້:
ພາສາລາວ 60%; ພາສາອັງກິດ 40%
Downloads:
Advertising Kit [
] Application Form [
] Business Course Detail [
]
ສອບຖາມຂໍ້ມູນ ເພີ່ມເຕີມໄດ້ທີ່ໝາຍເລກ (021) 725008, 720156
ແຟ໋ກ: (021) 770267, 725016
ຫຼື 020 22225390 (ອຈ. ສຸດຖະໜອມ ພິສະຫວາດ); 020 2226313 (ອຈ. ບຸນ ຈັນ ປັນຍາລາດ)
ໃນໂມງລັດຖະການ.
| < Prev |
|---|



