ການວິໄຈການຕະຫຼາດ

ກຽມຂໍ້ມູນສຳລັບໃຊ້ກັບໂປແກຣມສຳເລັດຮູບທາງສະຖິຕິ(ໂປຣແກຣມSPSS)ໄດ້, ພ້ອມດຽວກັນນັ້ນກໍ່ເພື່ອໃຫ້ສາມາດເລືອກໃຊ້ສະຖິຕິທີ່ຖືກຕ້ອງ ແລະ ເໝາະສົມສຳລັບການວິເຄາະຂໍ້ມູນໃນງານວິໄຈ

ຂໍ້ມູນຫຼັກສູດ:

ສິ່ງທີ່ຈະໄດ້ຫຼັງຈາກຮຽນຈົບ:

ສາມາດກຽມຂໍ້ມູນສຳລັບໃຊ້ກັບໂປແກຣມສຳເລັດຮູບທາງສະຖິຕິ(ໂປຣແກຣມSPSS)ໄດ້

ສາມາດເລືອກໃຊ້ສະຖິຕິທີ່ຖືກຕ້ອງ ແລະ ເໝາະສົມສຳລັບການວິເຄາະຂໍ້ມູນໃນງານວິໄຈ

ສາມາດໃຊ້ໂປຣແກຣມສຳເລັດຮູບທາງສະຖິຕິມາຊ່ວຍໃນການວິເຄາະຂໍ້ມູນ

ແປຜົນທີ່ໄດ້ຈາກໂປຣມແກຣມສຳເລັດຮູບທາງສະຖິຕິ ແລະ ນຳໄປໃຊ້ໃນຮູບແບບຂອງການວິໄຈໃຫ້ເກີດປະໂຫຍດ

ເນື້ອໃນໂດຍຫຍໍ້:

ເພື່ອໃຫ້ສຳມະນາກອນສາມາດກຽມຂໍ້ມູນສຳລັບໃຊ້ກັບໂປແກຣມສຳເລັດຮູບທາງສະຖິຕິ(ໂປຣແກຣມSPSS)ໄດ້, ພ້ອມດຽວກັນນັ້ນກໍ່ເພື່ອໃຫ້ສາມາດເລືອກໃຊ້ສະຖິຕິທີ່ຖືກຕ້ອງ ແລະ ເໝາະສົມສຳລັບການວິເຄາະຂໍ້ມູນໃນງານວິໄຈ, ນອກຈາກນັ້ນຍັງຊ່ວຍໃຫ້ສາມາດໃຊ້ໂປຣແກຣມສຳເລັດຮູບທາງສະຖິຕິມາຊ່ວຍໃນການວິເຄາະຂໍ້ມູນ, ການແປຜົນທີ່ໄດ້ຈາກໂປຣມແກຣມສຳເລັດຮູບທາງສະຖິຕິ ແລະ ນຳໄປໃຊ້ໃນຮູບແບບຂອງການວິໄຈໃຫ້ເກີດປະໂຫຍດສູງສຸດ. ໃນຫຼັກສູດນີ້ທ່ານຈະໄດ້ຮຽນເທັກນິກທາງສະຖິຕິ, ຫຼັກການເລືອກເທັກນິກສະຖິຕິຕ່າງໆທີ່ຈະນຳມາໃຊ້ໃນການວິເຄາະຂໍ້ມູນສຳລັບງານວິໄຈຕ່າງໆ, ການນຳສະເໜີຂໍ້ມູນຈາກການວິເຄາະ ແລະ ການອະທິບາຍຄວາມໝາຍໃນງານວິໄຈ, ການ Input ຂໍ້ມູນເຂົ້າໃນໂປຣແກຣມ SPSS, ການກວດສອບຂໍ້ມູນ, ການຊອກຫາຄວາມເຊື່ອໝັ້ນຂອງແບບສອບຖາມ, ການວິເຄາະຂໍ້ມູນໂດຍໃຊ້ສະຖິຕິພັນລະນາ ແລະ ການທົດສອບສົມມຸດຖານດ້ວຍໂປຣແກຣມ SPSS.

timelineໄລຍະເວລາ:

5 ວັນ (15 ຊົ່ວໂມງ)

av_timerໃຊ້ເວລາຮຽນ:

3 ຊົ່ວໂມງ/ມື້

timelapseເວລາຮຽນ:

ຈັນ - ສຸກ (17:30 - 20:30 ພາກຄໍ່າ)

placeສະຖານທີ່:

ສະຖາບັນລາວ-ຍີ່ປຸ່ນ

peopleຜູ້ເຂົ້າຮຽນ:

ນັກສຶກສາ ແລະ ບຸກຄົນທົ່ວໄປ

 ພາສາທີ່ໃຊ້ສອນ:

ລາວ

ຄ່າຮຽນ:

750,000 ກີບ/ຄົນ

ຕິດຕໍ່ສອບຖາມຂໍ້ມູນ້ພີ່ມຕື່ມ ທີ່ພະແນກບໍລິຫານທຸລະກິດ

callໂທ:

030 5841519

emailອີເມວ:

ljibzcourse@gmail.com

ວິທະຍາກອນ

ເປັນອາຈານສອນທີ່ມີປະສົບການຫຼາຍກ່ວາ 15 ປີ ດ້ານສະຖິຕິການ ວິໄຈ, ການວິໄຈການຕະຫຼາດ ແລະ ບໍລິຫານການເງິນ ໃນມະຫາວິທະຍາໄລແຫ່ງຊາດ. ເພິ່ນໄດ້ສໍາເລັດການສຶກສາ ປະລິນຍາໂທ ສາຂາບໍລິຫານທຸລະກິດ ແລະ ປະລິນຍາເອກ ສາຂາບໍລິຫານການເງິນ ທີ່ນະຄອນຊຽງໄຮ້ ສປ. ຈີນ.