Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການປະສານ​ງານ ໃນການສ້າງຄວາມເຂັ້ມແຂງເພື່ອ​ການ​ພັດທະນາ​ນັກທຸລະກິດ ແລະ​ ຂະຫຍາຍເຄືອຂ່າຍທາງທຸລະກິດ ​ໂດຍ​ຜ່ານສະຖາບັນລາວຍີ່ປຸ່ນ

The 3rd Joint Coordination Committee Meeting On Project for the Capacity Development of Business Professionals and Networking Through Laos-Japan Human Resource Development Institute

ຈັດຂຶ້ນໃນວັນທີ 27 ກໍ​ລະ​ກົດ 2022 ທີ່ສະຖາບັນລາວ-ຍີ່ປຸ່ນ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ຮສ . ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ  ທ່ານ  M​r. Toshio NAGASE, ຫົວໜ້າອົງການໄຈກາ ປະຈຳລາວ. 

ແຂກເຂົ້າຮ່ວມຈາກຫຼາຍພາກສ່ວນ ໄດ້ແກ່: ​ທ່ານ ຕ່າງໜ້າຈາກ ກົມ​ພົວພັນ ​ແລະ ​ຮ່ວມ​ມື, ກະຊວງ​ສຶກສາ​ທິການ ​ແລະ ​ກິລາ ​ແລະ ກະຊວງ​ແຜນການ ​ແລະ ​ການ​ລົງທຶນ, Ms. Mika OMORI  ເລຂາສອງ ຈາກສະຖານທູດຍີ່ປຸ່ນປະຈໍາລາວ ແລະ Mr. Atsuki SAKAMOTO ຫົວໜ້າຂະແໜງພັດທະນາທຸລະກິດ ຈາກອົງການໄຈກາຍີ່ປຸ່ນ ປະຈໍາປະເທດຍີ່ປຸ່ນພ້ອມຄະນະກໍ່ໃຫ້ກຽດເຂົ້າຮ່ວມທາງອ່ອນລາຍ ນອກ​ນີ້​ຍັງ​ມີ ບັນດາຫົວໜ້າຫ້ອງການຕ່າງໆພາຍໃນມະຫາວິທະຍາໄລແຫ່ງຊາດ ແລະ ຄະນະບໍລິຫານ-ຊ່ຽວຊານຂອງສະຖາບັນກໍ່ເຂົ້າຮ່ວມຢ່າງພ້ອມພຽງ.

ເນື້ອໃນກອງປະຊຸມ

ສະ​ຖາ​ບັນ​ພັດທະນາ​ຊັບພະຍາກອນ​ມະນຸດລາວ-ຍີ່​ປຸ່ນ (ສລຍ), ມະຫາວິທະຍາໄລແຫ່ງຊາດ ​ເປັນ​ໂຄງການ​ຮ່ວ​ມມື​ກັບອົງການຮ່ວມມືສາກົນຍີ່ປຸ່ນ JICA. ​ໄດ້​ຈັດ​​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ປະສານ​ງານ ໂຄງການສ້າງຄວາມເຂັ້ມແຂງເພື່ອການພັດທະນານັກທຸລະກິດ ແລະ ເຄືອຂ່າຍທາງທຸລະກິດໂດຍຜ່ານສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ.

ຜົນງານຜົ້ນເດັ່ນໃນໄລຍະຜ່ານມາ

ໃນໄລຍະ 1 ປີ ຜ່ານມາແຕ່ເດືອນ ກັນຍາ 2021 ​ເຖິງ ສິງຫາ 2022 ໄດ້ສືບຕໍ່​ຜັນຂະຫຍາຍການປະຕິບັດວຽກງານ​ທາງດ້ານວິຊາການ, ຊຸກຍູ້ສົ່ງເສີມການພັດທະນານັກທຸລະກິດ, ຜູ້ປະກອບການໃໝ່ ແລະ ເຄືອຂ່າຍທາງທຸລະກິດໃຫ້ມີການຂະຫຍາຍຕົວເປັນກ້າວໆ ແລະ ການສົ່ງເສີມສາຍພົວພັນຜ່ານການແລກປ່ຽນວັດທະນາທຳຂອງສອງຊາດລາວ-ຍີ່ປຸ່ນ.

ໄດ້ສືບຕໍ່ດຳເນີນການພັດທະນາຊັບພະຍາກອນມະນຸດຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໂດຍສະເພາະທາງດ້ານການພັດທະນາທຸລະກິດ ແລະ ຜູ້ປະກອບການໃໝ່ໂດຍຜ່ານໂຄງການ LJI SUSU (Start-up and Scale-up) ໂຄງການດັ່ງກ່າວໄດ້ປະກອບສ່ວນໃຫ້ນັກທຸລະກິດໄດ້ຮັບການປັບປຸງຜະລິດຕະພັນຂອງເຂົາເຈົ້າເພື່ອສາມາມາດສົ່ງອອກຕ່າງປະເທດໂດຍສະເພາະປະເທດຍີ່ປຸ່ນ ແລະ ຜູ້ລິເລີມທຸລະກິດໃໝ່ກໍໄດ້ຮັບການສະໜັບສະໜູນທາງດ້ານວິຊາການ ແລະ ທັກສະການດຳເນີນງານທາງທຸລະກິດ. ນອກນັ້ນກໍ່ໄດ້ພັດທະນາ​ຫລັກ​ສູດ​ຝຶກ​ອົບຮົມຜູ້ບໍລິຫານລະດັບສູງ ແລະ ສືບຕໍ່ດຳເນີນການຮຽນ-ການສອນຫຼັກສູດ​ປະ​ລິນ​ຍາ​ໂທ​ບໍລິຫານທຸລະກິດ.

      ທາງດ້ານແລກປຽ່ນວັດທະນະທຳສະຖາບັນໄດ້ສ້າງຫຼັກສູດສອນພາສາລາວໃຫ້ກັບຄົນຍີ່ປຸ່ນ ແລະ​ຈັດ​ງານ​​ແລກປຽນທາງ​ດ້ານ​ວິຊາ​ການ ​ແລະ​ ວັດທະນະທຳ​ຮ່ວມ​ກັບນັກ​ສຶກສາຈາກ​ມະຫາວິທະຍາ​ໄລຍີ່ປຸ່ນ​ ໂດຍຜ່ານລະບົບອ່ອນລາຍ ແລະ ອອບລາຍໂດຍໄດ້ຮັບການສະໜັບສະໜູນຈາກອົງການໄຈກາ.

     ໃນໄລຍະໜື່ງປີຜ່ານມາ ສະຖາບັນໄດ້ຂະຫຍາຍການຮ່ວມມືທາງດ້ານວິຊາການ ແລະ ແລກປຽ່ນຂໍ້ມູນຂ່າວສານ ກັບອົງກອນພາຍໃນເຊັ່ນ: ບັນດາມະຫາວິທະຍາໄລພາກລັດ ແລະ ສະຖາບັນອ້ອມຂ້າງ, ນອກນີ້ຍັງໄດ້ມີການເຊັນບົດບັນທຶກການຮ່ວມືກັບສາກົນເພື່ອສ້າງຄວາມເຂັ້ມແຂງໃນການພັດທະນາທາງທຸລະກິດ ແລະ ການແລກປຽ່ນຂໍ້ມູນຂ່າວສານ.

ແຜນ​ດຳ​ເນີນ​ງານໂຄງການ​ຕໍ່ໜ້າ

ໃນໄລຍະຜ່ານມາການດຳເນີນງານຂອງສະຖາບັນກໍຄືການສົ່ງເສີມ ແລະ ການພັດທະນາຊັບພະຍາກອນມະນຸດທາງດ້ານນັກທຸລະກິດ ແລະຂະຫຍາຍເຄືອຂ່າຍທາງທຸລະກິດເພື່ອປະກອບສ່ວນໃນການພັດທະນາເສດຖະກິດສັງຄົມລາວຢ່າງຕໍ່ເນື່ອງ ເຊິ່ງຜົນສຳເລັດໃນການຈັດຕັ້ງປະຕິບັດຜ່ານມາ ສະຖາບັນໄດ້ຮັບການຮັບຮອງສືບ​ຕໍ່​ໂຄງ​ການ​​ໄລ​ຍະ ທີ 02 (ປີ 2022-2026) ເປັນເວລາ 04 ປີ ໃນຊື່ໂຄງການ

ການສ້າງຄວາມເຂັ້ມແຂງ​ເພື່ອ​ການ​ພັດທະນາ​ນັກທຸລະກິດ ​ແລະ​ ຂະຫຍາຍເຄືອຂ່າຍທາງທຸລະກິດ ​ໂດຍ​ຜ່ານສະຖາບັນລາວຍີ່ປຸ່ນ

On Project for the Capacity Development of Business Professionals and Networking Through Laos-Japan Human Resource Development Institute

ໂຄງການດັ່ງກ່າວໄດ້ສືບຕໍ່ແຜນງານໃນການຈັດຕັ້ງປະຕິບັດການສ້າງຄວາມເຂັ້ມແຂງໃນການພັດທະນານັກທຸລະກິດ ແລະ ສົ່ງເສີມເຄື່ອຂ່າຍທາງທຸລະກິດໂດຍຜ່ານສະຖາບັນລາວ-ຍີ່ປຸ່ນໂດຍສະເພາະການພັດທະນານັກທຸລະກິດໃຫ້ມີຄວາມສຳນານງານ ແລະ ເພີມທັກສະດ້ານການບໍລິຫານຈັດການ​ໃຫ້​ຜູ້​ບໍ​ລິ​ຫານລະດັບສູງໃນຫຼັກສູດ (Keiei-juku) ແລະ ຈັດສໍາມະນາແລກປ່ຽນຮ່ວມກັບເຄືອຂ່າຍຕ່າງປະເທດ. ລວມໄປເຖິງໂຄງການ LJI SUSU ພາຍໃຕ້ການສົ່ງເສີມການພັດທະນານັກທຸລະກິດສາມາດພັດທະນາຜະລິດຕະພັນເພື່ອອອກມາຮັບໃຊ້ສັງຄົມຢູ່ທາງພາຍໃນ ແລະສົ່ງອອກຕ່າງປະເທດ. ນອກຈາກນີ້ຍັງໄດ້ສົ່ງເສີມຜູ້ປະກອບການໃໝ່ ໂດຍຜ່ານການ​ໃຫ້​ຄຳ​ປຶກສາ ແລະ ຄວາມຮູ້-ທັດສະ ຈາກອາຈານ ແລະ ຊຽ່ວຊານທີ່ສໍານານງານພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຈາກປະເທດຍີ່ປຸ່ນ ເພື່ອສົ່ງເສີມໃຫ້ນັກທຸລະກິດລາວນັບມື້ນັບເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມາດ ແລະ ຄຸນນະພາບແບບຢືນຍົງ. ເພື່ອຮອງຮັບການຂະຫຍາຍໂຕທາງດ້ານເສດຖະກິດໃນສັງຄົມລາວ.

 ສະຖາບັນລາວ-ຍີ່ປຸ່ນໄດ້ຮັບການ ສະໜັບສະໜູນຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໃນການ ດຳເນີນວຽກງານ ຕາມພາລະບົດບາດໃນ ການພັດທະນາຊັບພະຍາກອນມະນຸດທາງດ້ານທຸລະກິດ, ພາສາຍີ່ປຸ່ນ ແລະ ວັດທະນະທໍາເພື່ອ ການສົ່ງເສີ່ມຄວາມເຂົ້າໃຈຂອງສອງຊາດ ລາວ-ຍີ່ປຸ່ນ.

jcc 7 2022