Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ໜ່ວຍພັກຮາກຖານສະຖາບັນລາວ-ຍີ່ປຸ່ນ ຄັ້ງທີ V ຢ່າງສຸດໃຈ.
ກອງປະຊຸມຄັ້ງນີ້ຈັດຂຶ້ນໃນວັນທີ 21/04/2022 ທີ່ຫ້ອງປະຊຸມໃຫຍ່, ສລຍ. ໃຫ້ກຽດເປັນປະທານໂດຍ ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ຈຸດປະສົງຂອງກອງປະຊຸມແມ່ນເພຶ່ອຜ່ານບົດສະຫຼຸບ, ບົດສໍາຫຼວດ ແລະ ແຜນທິດທາງ 5 ປີ ຕໍ່ໜ້າ ຂອງໜ່ວຍພັກຮາກຖານ ສລຍ ແລະ ອີກຈຸດປະສົງທີ່ສໍາຄັນອັນໜຶ່ງແມ່ນເພື່ອປ່ອນບັດເລືອກຕັ້ງຄະນະພັກຊຸດໃໝ່.
ຜົນການບ່ອນບັດຄັດເລືອກເປັນເອກະພາບກັນດັ່ງນີ້:
- ທ່ານ ປອ. ພອນແກ້ວ ຈັນທະມາລີ ເປັນເລຂາໜ່ວຍພັກຮາກຖານ ສລຍ (ຜູ້ອໍານວຍການ)
- ທ່ານ ປທ. ນາງ ສຸກສາຄອນ ແສງສຸລິວົງ ເປັນຮອງເລຂາໜ່ວຍພັກຮາກຖານ (ຮອງຜູ້ອໍານວຍການ)
- ທ່ານ ປອ. ນາງ ສຸດຖະໜອມ ພິນສະຫວັດ ເປັນປະທານກວດກາໜ່ວຍພັກ ສລຍ (ຮອງຜູ້ອໍານວຍການ)
- ທ່ານ ປທ. ນາງ ໝອນເພັດ ຂັນທະວົງໄຊ ເປັນຮອງປະທານກວດກາໜ່ວຍພັກ ສລຍ (ຫົວໜ້າພະແນກຫຼັກສູດພາສາຍີ່ປຸ່ນ)