Laos-Japan Institute

ສະຖາບັນລາວ-ຍີ່ປຸ່ນ | ラオス日本センター

ກິດຈະກຳ Special Innovation Lab x Beyond MTG ໄດ້ຈັດຂຶ້ນພາຍໃຕ້ການຮ່ວມມືກັບບໍລິສັດໃຫ້ຄຳປຶກສາ ABeam Consulting Ltd. Special Innovation Lab x Beyond MTG was organized in collaboration with ABeam Consulting Ltd.
ໃນວັນທີ 24 ກຸມພາ 2022, ກິດຈະກຳ「Innovation Lab × Beyond MTG」(※1) ເຊິ່ງເປັນຫົວໜ່ວຍໜຶ່ງໃນການພັດທະນາແບບຍື່ນຍົງ ທີ່ໄດ້ຈັດຂຶ້ນໂດຍການຮ່ວມມືລະຫວ່າງບໍລິສັດໃຫ້ຄຳປຶກສາ ABeam Consulting Ltd. ຮ່ວມກັບສະຖາບັນພັດທະນາຊັບພະຍາກອນມະນູດລາວ-ຍີ່ປຸ່ນ LJI ເພື່ອສົ່ງເສີ່ມການພັດທະນາຊັບພະຍາກອນທັງພາຍໃນ ແລະ ບໍລິສັດທີ່ເຂົ້າຮ່ວມໂຄງການ LJI SUSU.
ໃນພິທີເປີດງານ, ທ່ານ ຈອນ ຊາງ ເປັນຕົວແທນຈາກບໍລິສັດໃຫ້ຄຳປຶກສາ ABeam Consulting Ltd., ໄດ້ນຳສະເໜີກ່ຽວກັບຄວາມເປັນມາກິດຈະກຳ Innovation Lab ພ້ອມກັບຜູ້ຊ່ຽວຊານທາງດ້ານເຄືອຂ່າຍທຸລະກິດຂອງ JICA ກໍໄດ້ນຳສະເໜີໂຄງການ LJI SUSU.
ທັງ 3 ບໍລິສັດທີ່ເຄີຍເຂົ້າຮ່ວມໂຄງການ LJI SUSU ຕ່າງກໍໄດ້ນຳສະເໜີຮູບແບບທຸລະກິດຂອງຕົນ, ສິ່ງທ້າທາຍໃນການດຳເນີນທຸລະກິດ ພ້ອມກັບພາຍໃນກິດຈະກຳຜູ້ເຂົ້າຮ່ວມຍັງໄດ້ມີໂອກາດລະດົມສະໝອງ ແລະ ປຶກສາຫາລືກ່ຽວກັບໄອເດຍໃຫມ່ໆທີ່ສາມາດແກ້ໄຂບັນຫາໃນການດຳເນີນທຸລະກິດໄດ້.
ຜູ້ເຂົ້າຮ່ວມມາທັງຈາກບໍລິສັດໃຫ້ຄຳປຶກສາ ABeam Consulting, ພະນັກງານ LJI ແລະ ບໍລິສັດທີ່ເຂົ້າຮ່ວມໃນໂຄງການ LJI SUSU ແມ່ນສ້າງທີມໃຫມ່ຂຶ້ນ ຈາກການປະສົມປະສານຂອງຜູ້ເຂົ້າຮ່ວມທີ່ມີຄວາມຮູ້ ແລະ ປະສົບການທີ່ແຕກຕ່າງກັນ ເພື່ອມາຮ່ວມສົນທະນາແລກປ່ຽນຄຳຄິດຄໍາເຫັນ ແລະ ໄອເດຍ ໃນການຊອກຫາວິທີທາງໃນການແກ້ໄຂບັນຫາທີ່ບັນດາບໍລິສັດກຳລັງພົບພໍ້ ແລະ ສົ່ງເສີມໃຫ້ເກີດມີແນວຄວາມຄິດ ແລະ ວິທີທາງໃໝ່ໆ.
ບໍລິສັດທີ່ເຂົ້າຮ່ວມຕ່າງກໍມີຄວາມກະຕືລືລົ້ນ ທີ່ໄດ້ນຳເອົາໄອເດຍທີ່ບໍລິສັດໄດ້ຮັບ ນຳມາພັດທະນາແຜນທຸລະກິດໃນອະນາຄົດ ເຊິ່ງກິດຈະກຳດັ່ງກ່າວເປັນການເປີດໂອກາດດີ ເພື່ອເຕົ້າໂຮມຄົນທີ່ຫຼາກຫຼາຍ ຄວາມຮູ້ ແລະ ປະສົບການ ໃຫ້ມາຢູ່ໃນວົງສົນທະນາໃຫ້ເກີດມີຄຸ່ນຄ່າ.
ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ LJI ມີຄວາມຍິນດີຕອນຮັບຄູ່ຮ່ວມມືແບບ “win-win” ບໍ່ວ່າຈະເປັນອົງກອນ/ສະຖາບັນທີ່ມີຄວາມເປັນເອກະລັກ ແລະ ຄວາມສາມາດ ເຊິ່ງ ພວກເຮົາຫວັງວ່າຈະຂະຫຍາຍຈຳນວນເຄືອຂ່າຍຄວາມຮ່ວມມືກັບຜູ້ຮ່ວມມື/ຄູ່ຄ້າຕໍ່ໄປເລື້ອຍໆ.
(*1: ບໍລິສັດໃຫ້ຄຳປຶກສາ ABeam Consulting Ltd ມີເປົ້າໝາຍທີ່ຈະຄົ້ນຫາ/ພັດທະນາຊັບພະຍາກອນມະນຸດ ຜູ້ທີ່ມີຄວາມອາສາທີ່ຈະເຮັດວຽກ ເພື່ອແກ້ໄຂບັນຫາສັງຄົມຜ່ານ SDGs ແລະ ຂະຫຍາຍຂອບເຂດການພັດທະນາການບໍລິການໃຫມ່ທີ່ກ່ຽວຂ້ອງກັບ SDGs ເຊິ່ງກິດຈະກຳ "Innovation Lab x Beyond MTG" ກໍເປັນສ່ວນຫນຶ່ງຂອງການພະຍາຍາມນີ້)
(*2: LJI SUSU ແມ່ນຫຍໍ້ມາຈາກຄຳວ່າ LJI Start-Ups ແລະ Scale-Up ເຊິ່ງຄຳວ່າ SUSU ໃນພາສາລາວມີຄວາມໝາຍວ່າ “ສູ້” (ເຮັດໃຫ້ດີທີ່ສຸດ).
ໂຄງການ LJI SUSU ເກີດຂຶ້ນດ້ວຍມຸ້ງມາດປາດຖະໜາຢາກທີ່ຈະຊ່ວຍບໍລິສັດຕ່າງໆໃນລາວ ເພື່ອໃຫ້ຂ້າມຜ່ານພົ້ນວິກິດ ໂດຍສະເພາະຊ່ວງໂຄວິດ-19. ສະນັ້ນ, "LJI SUSU" ຈຶ່ງເປັນສັນຍາລັກຂອງສະຖາບັນພັດທະນາຊັບພະຍາກອນລາວ-ຍີ່ປຸ່ນ LJI ທີ່ມີຕໍ່ສັງຄົມ.
<ຫົວຂໍ້ທຸລະກິດ>
- Xonphao: ການນຳເອົາຜະລິດຕະພັນຝີມືຄົນລາວ ທີ່ຜະລິດໂດຍຄົນພິການໃຫ້ໄປສູ່ມືຂອງທຸກຄົນ
- Bangfaitech: “ບັງໄຟເທັກ” ເຕີບໃຫຍ່ ແລະ ຊະນະໄປຄຽງຄູ່ກັບຊາວກະສິກຳລາວ
- Zap.la: ການລວມເອົາສະຖານທີ່ກິນທີ່ຮູ້ ແລະ ຍັງບໍ່ທັນຮູ້ໃນທົ່ວ ປະເທດລາວມາໃຫ້ທ່ານ ພຽງແຕ່ປາຍນິ້ວກັບແອັບ Zap.la
 
 
On 24 February 2022,「Innovation Lab × Beyond MTG」(※1) was organized by the Sustainability Unit of ABeam Consulting Ltd. in collaboration with LJI for its internal human resource development and for LJI SUSU participating companies’ growth.
At the beginning of the event, Mr. Jon Zhang, a representative from ABeam Consulting Ltd., gave a presentation on the Innovation Lab, and the JICA expert in charge of business networking gave a presentation on LJI SUSU.
The three LJI SUSU participating companies then pitched their business models and their challenges in business implementation, followed by brainstorming and discussion with the event participants to come up with ideas to solve the problems.
Participants from ABeam Consulting, LJI staff and LJI SUSU participating companies formed teams by converging diverse backgrounds, and engaged in discussions to solve issues faced by each company, resulting in a variety of ideas.
The companies that gave pitches were thrilled to comment that they gained ideas for future business, and that such an opportunity for people with different backgrounds to gather and discuss was very valuable.
LJI welcomes such "win-win" partnerships with unique, competent organizations/institutions and hopes to continue to increase the number of partners.
(*1: ABeam Consulting Ltd. aims to discover/train human resources who will voluntarily work on solving social issues through the SDGs and expand the realization of new SDGs-related service development, and the "Innovation Lab x Beyond MTG" was conducted as part of this effort).
(*2: LJI SUSU is an abbreviation for LJI Start-Up & Scale-Up, and "SUSU" is the Lao word for "Fight" (do your best!) (Go for it!)"
LJI SUSU was born out of a desire to support Lao companies overcoming difficult times such as COVID-19 and so on. The "LJI SUSU" is a symbol of the LJI’s commitment to society.
<Business Topic>
- Xonphao: Bringing Lao handmade Products produced by people with disabilities to everyone's hands
- Bangfaitech: “Bangfaitech” grows and wins with Lao farmers
- Zap.la: Bringing any known & unknown eat-out places all over Laos to you within just a few clicks with ‘Zap.la App’
 
 
 
]