phonekeo
ປອ. ພອນແກ້ວ ຈັນທະມາລີ

ຜູ້ອໍານວຍການ ສລຍ

ໃນຖານະຜູ້ອໍານວຍການ ສລຍ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງທຸກໆທ່ານທີ່ໃຫ້ການສະໜັບສະໜຸນສະຖາບັນພວກເຮົາຕະຫຼອດມາ. ສລຍ ສ້າງຕັ້ງໃນປີ 2001 ແລະ ໄດ້ຍົກລະດັບຂຶ້ນຈາກ ສູນລາວ-ຍີ່ປຸ່ນ ເປັນ ສະຖາບັນລາວ-ຍີ່ປຸ່ນ ເຊິ່ງມີຖານະ ແລະ ບົດບາດທຽບເທົ່າກັບຄະນະວິຊາໜຶ່ງຂອງ ມຊ. ສລຍ ມີໜ້າທີ່ພິເສດໃນການສ້າງຄວາມເຂັ້ມແຂງດ້ານສາຍພົວພັນ ແລະ ການຮ່ວມມືກັບຍີ່ປຸ່ນ ໂດຍຜ່ານການພັດທະນະຊັບພະຍາກອນມະນຸດດ້ານພາກທຸລະກິດ. ຕັ້ງແຕ່ເລີ່ມກໍ່ຕັ້ງມາຈົນເຖິງປະຈຸບັນແມ່ນດໍາເນີນວຽກງານຜ່ານມາ 6 ໄລຍະ ແລະ ປະສົບຜົນສໍາເລັດໃນຫຼາຍວຽກງານ. ການແລກປ່ຽນວິຊາການ, ກິດຈະກໍາ ແລະ ວັດທະນະທໍາແມ່ນໄດ້ຈັດຂຶ້ນຢ່າງຕໍ່ເນື່ອງ ແລະ ເປັນປະຈໍາ ເຊັ່ນ: ການຮຽນ-ການສອນພາສາຍີ່ປຸ່ນ, ການຝຶກອົບຮົມຕ່າງໆ, ການສ້າງເຄື່ອຂ່າຍທຸລະກິດຜ່ານໂຄງການ LJI SUSU, ຫຼັກສູດປະລິຍາໂທ ສາຂາບໍລິຫານທຸລະກິດທີ່ບໍ່ໄດ້ເນັ້ນສະເພາະແຕ່ທິດສະດີ ແຕ່ຍັງເນັ້ນເຖິງການນໍາໄປປະຕິບັດໄດ້ຈິງ. ພວກເຮົາພະຍາຍາມສຸດຂີດເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້, ແລະ ພວກເຮົາຍັງຕ້ອງການການຮ່ວມມື ແລະ ສະໜັບສະໜຸນຈາກພວກທ່ານຢ່າງຕໍ່ເນື່ອງ ແລະ ຕະຫຼອດໄປ, ຂໍຂອບໃຈ.

 
okawa
ທ່ານ ນາໂອໂຕະ ໂອກະວະ

ຫົວໜ້າທີ່ປຶກສາ

ເປັນເວລາກວ່າ 2 ທົດສະວັດທີ່ ສລຍ ໄດ້ຮັບການສ້າງຕັ້ງຂຶ້ນ, ພວກເຮົາມີພາລະກິດທີ່ຊັດເຈນໃນການສ້າງຄວາມເຂັ້ມແຂງດ້ານການພັດທະນະຊັບພະຍາກອນມະນຸດສໍາລັບພາກທຸລະກິດ ແລະ ສົ່ງເສີມການຮ່ວມມືລະຫວ່າງລາວ ແລະ ຍີ່ປຸ່ນ. ພວກເຮົາດີໃຈຫຼາຍທີ່ທຸກທ່ານໃຫ້ການສະໜັບສະໜຸນໃນກິດຈະກຳຕ່າງໆຂອງ ສລຍ. ໃນຖານະທີ່ດໍາເນີນວຽກງານພາຍໃຕ້ໂຄງການໄຈກາ ໂດຍສະເພາະການສ້າງຫຼັກສູດບໍລິຫານທຸລະກິດ, ພວກເຮົາໄດ້ເປີດຫຼັກສູດປະລິຍາໂທ ສາຂບໍລິຫານທຸລະກິດມາຕັ້ງແຕ່ປີ 2008, ເປີດຫຼັກສູດສໍາລັບຜູ້ບໍລິຫານລະດັບສູງໃນປີ 2007, ແລະ ໃນປີ 2021 ໄດ້ເລີ່ມດໍາເນີນໂຄງການ LJI SUSU ເຊິ່ງເປັນໂຄງການສໍາລັບຜູ້ເລີ່ມກໍ່ຕ້ັງທຸລະກິດ ແລະ ຜູ້ທີ່ຕ້ອງການຂະຫຍາຍທຸລະກິດທີ່ມີຢູ່. ພວກເຮົາມີລະບົບການຈັດການທີ່ຕອບສະໜອງຕໍ່ສິ່ງທ້າທາຍຕ່າງໆສໍາລັບບໍລິສັດລາວ. ພວກເຮົາຈະສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ສະໜອງບໍລິການທີ່ມີຄຸນນະພາບໃຫ້ກັບຄົນລາວ ແລະ ຄົນຍີ່ປຸ່ນ.