ຫຼັກສູດປະລິນຍາໂທ ບໍລິຫານທຸລະກິດ

Your image

ເປີດຂາຍຄໍາຮ້ອງ ແລະ ຮັບແບບຟອມສະໝັກປະລິນຍາໂທ ສາຂາ ບໍລິຫານທຸລະກິດ
ສາມາດດາວໂຫຼດແບບຟອມໄດ້ຕາມລິ້ງດ້ານລຸ່ມ

ປິດຮັບຄໍາຮ້ອງ: 29/07/2022
 

ສລຍ ຮ່ວມກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ພາຍໃຕ້ການສະໜັບສະໜຸນຂອງ ອົງການ JICA ໄດ້ເປີດດໍາເນີນການຮຽນ-ການສອນ ໃນລະດັບປະລິນຍາໂທສາຂາວິຊາ ບໍລິຫານທຸລະກິດ (MBA) ໂດຍເນັ້ນຄວາມສົມດຸນລະຫວ່າງທິດສະດີການບໍລິຫານທຸລະກິດ ແລະ ຄວາມຮູ້ຕົວຈິງທີ່ຈໍາເປັນ ສໍາລັບການພັດທະນາເສດຖະກິດຕາມກົນໄກການຕະຫຼາດ ໃນທ່າມກາງສະພາບແວດລ້ອມການເຊື່ອມໂຍງເສດຖະກິດພາກພື້ນ ແລະ ໃນໂລກ ໂດຍສະເພາະແມ່ນການເຊື່ອມໂຍງເຂົ້າໃນປະຊາຄົມເສດຖະກິດ ASEAN. ຜູ້ທີ່ຮຽນຈົບຫຼັກສູດນີ້ຈະມີຄວາມຮູ້ຄວາມສາມາດພຽງພໍສໍາລັບການດໍາເນີນທຸລະກິດຢ່າງມີຜົນສໍາເລັດໃນເງື່ອນໄຂເສດຖະກິດເປີດກວ້າງພາຍໃນປະເທດລາວ. ປັດຈຸບັນ, ສລຍ ພວມເປີດຮັບນັກສຶກສາ ຊຸດທີ 14 ເລີ່ມແຕ່ວັນທີ 1 ເມສາ - 31 ກໍລະກົດ 2021 ດັ່ງລາຍລະອຽດລຸ່ມນີ້

Your image
Your image

ເງື່ອນໄຂຜູ້ສະໝັກ:
1. ຕ້ອງຈົບການສຶກສາລະດັບປະລິນຍາຕີໃນສາຂາວິຊາໃດໜຶ່ງ 
2. ມີປະສົບການໃນການເຮັດວຽກຢ່າງໜ້ອຍ 2 ປີ 
3. ມີຄວາມຮູ້ດ້ານພາສາອັງກິດ ທີ່ສາມາດ ອ່ານ, ຂຽນ, ຟັງ ແລະ ຊື່ສານໄດ້ໃນລະດັບດີ 
4. ຜູ້ສະໝັກທີ່ມີປະສົບການ ແລະ ຄວາມຮູ້ພື້ນຖານດ້ານບໍລິຫານທຸລະກິດ ຫຼື ເສດຖະສາດຈະໄດ້ຮັບການພິຈາລະນາເປັນພິເສດ 
5. ຜູ້ສໍາເລັດການສຶກສາລະດັບປະລິນຍາຕີໃໝ່ໃນສາຂາວິຊາ ບໍລິຫານທຸລະກິດ ຫຼື ເສດຖະສາດ ທີ່ມີຄະແນນສະເລ່ຍ (GPA) = 3.00 ຂຶ້ນໄປ ກໍອາດຈະໄດ້ຮັບການພິຈາລະນາ
ຂັ້ນຕອນການສອບເສັງເຂົ້າ: 
1. ຄັດເລືອກແບບຟອມ 
2. ສໍາພາດ  

ໄລຍະເວລາໃນການສຶກສາ:
  ຫຼັກສູດທັງໝົດໃຊເວລາ 2 ປີ (ຮຽນທິດສະດີ 1 ປີ 6 ເດືອນ, ຂຽນວິທະຍານິພົນ 6 ເດືອນ) 
  ມື້ຮຽນ: ຈັນ-ສຸກ (ພາກຄໍ່າ 17:30 – 20:45 ໂມງ)  
ຄ່າຮຽນ: 
  ຄ່າຮຽນຕົ້ນຕໍ: 28,600,000 ກີບ (ຊາວແປດລ້ານຫົກແສນກີບ) 
  ຄ່າແບບຟອມສະໝັກ 80,000 ກີບ (ຊື້ແບບຟອມທີ່ສະຖາບັນລາວ-ຍີ່ປຸ່ນ) 

ພາສາທີ່ໃຊ້ສອນ: 

- ພາສາລາວ 60% - ພາສາອັງກິດ 40%
ສອນໂດຍອາຈານລາວ ແລະ ຊ່ຽວຊານຍີ່ປຸ່ນທີ່ມີປະສົບການສູງ

ກິດຈະກໍາ

Your image

ສລຍ ຍຶດຖືຫຼັກ 5 ມູນເຊື້ອການສຶກສາຕາມທິດຊີ້ນໍາຂອງກະຊວງສຶກສາທິການ ແລະ ກິລາ, ໂດຍມີເປົ້າໝາຍເພື່ອຮັດແໜ້ນຄວາມສໍາພັນສາມັກຄີລະຫວ່າງຄູ-ພະນັກງານ ກັບ ນັກສຶກສາ ພ້ອມກັບເປັນການສ້າງເຄືອຂ່າຍລະຫວ່າງນັກສຶກສາລຸ້ນປັດຈຸບັນ ແລະ ອະດີດນັກສຶກສາ. ກິດຈະກໍາທີ່ເຮັດຮ່ວມກັນສ່ວນໃຫຍ່ແມ່ນແຂ່ງຂັນບານເຕະມິດຕະພາບ, ແຂ່ງເປຕັງ, ຈັດງານວາງສະແດງສິນຄ້າ-ຜະລິດຕະພັນຂອງນັກສຶກສາ, ຈັບຄູ່ຮ່ວມທຸລະກິດ ແລະ ອື່ນໆ. ນອກຈາກນັ້ນ, ສລຍ ຍັງໄດ້ຮ່ວມກັບນັກສຶກສາຈັດກິດຈະກໍາມອບເຄື່ອງຊ່ວຍເຫຼືອໂຮງຮຽນໃນເຂດຊົນນະບົດທັງພາຍໃນນະຄອນຫຼວງ ແລະ ຕ່າງແຂວງ. 

ການໄປທັດສະນະສຶກສາ

ການທັດສະນະສຶກສາຖືເປັນສ່ວນໜຶ່ງຂອງການຮຽນ, ນັກສຶກສາມີໂອກາດໄດ້ໄປທັດສະນະຕາມຫົວໜ່ວຍທຸລະກິດຕ່າງໆໃນນະຄອນຫຼວງ, ຕ່າງແຂວງ ແລະ ໃນທ້າຍການສຶກສາຈະໄດ້ໄປທັດສະນະຢູ່ປະເທດໄທ.

Your image
Your image
Your image

ເຄື່ອຂ່າຍອະດີດນັກສຶກສາ

ງານພົບປະເຄືອຂ່າຍອະດີດນັກສຶກສາຫຼັກສູດປະລິນຍາໂທບໍລິຫານທຸລະກິດຂອງ ສລຍ ແມ່ນເລີ່ມມາຕັ້ງແຕ່ປີ 2010 ໂດຍການສະໜັບສະໜຸນຈາກອົງການໄຈກາ ເຊິ່ງມີເປົ້າໝາຍເພື່ອສົ່ງເລີມຄວາມຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງນັກສຶກສາລຸ້ນປັດຈຸບັນ ແລະ ອະດີດນັກສຶກສາດ້ວຍກັນເອງ. ເຊິ່ງຈະຈັດໃນເດືອນທັນວາ ຂອງທຸກປີ. 

Your image

_________________

ສຽງຈາກນັກສຶກສາ